ກຸ່ມທີ່ປຶກສາໄວໜຸ່ມອາຊຽນຂອງໂຄງການຄວາມຮູ້ທາງດ້ານດິຈິຕອນຂອງອາຊຽນ

ຂໍ້ກຳນົດ


ຄວາມເປັນມາ

ທ່າມກາງວິກິດໂຄວິດ-19, ການສົ່ງຕໍ່ຂໍ້ມູນເທັດ ແລະ ຂໍ້ມູນບິດເບືອນທາງອອນລາຍຖືກແຜ່ກະຈາຍໂດຍບໍ່ຖືກກວດສອບ, ມາເຖິງຈຸດທີ່ເວທີເສດຖະກິດໂລກລະບຸວ່າເປັນໜຶ່ງໃນໄພທີ່ໃຫຍ່ທີ່ສຸດແກ່ສັງຄົມ. ອາຊຽນກໍຍັງບໍ່ມີພູມຄຸ້ມກັນຕໍ່ກັບໄພນີ້ເຊັ່ນກັນ. ໄວໜຸ່ມແມ່ນຈັດຢູ່ໃນກຸ່ມທີ່ບອບບາງທີ່ສຸດ ທີ່ມີແນວໂນ້ມຈະເຮັດໃຫ້ມີຄວາມຄິດທີ່ຮຸນແຮງ, ວາຈາທີ່ສ້າງຄວາມກຽດຊັງ, ຂ່າວປອມ ແລະ ການບໍ່ຍອມຮັບໃນຄວາມຄິດທີ່ແຕກຕ່າງ.

ອີງຕາມການສຶກສາຂອງ UNESCO, 54% ຂອງໄວໜຸ່ມທີ່ຕອບແບບສອບຖາມ ບໍ່ຮູ້ວິທີຕອບໂຕ້ສິ່ງທີ່ເຮັດໃຫ້ເກີດການກຽດຊັງ ແລະ ຄວາມຮຸນແຮງ ທີ່ພວກເຂົາພົບເຫັນຢູ່ເທິງອອນລາຍ. ເຖິງຢ່າງໃດກໍຕາມ, ສິ່ງທີ່ເຮັດໃຫ້ມີກຳລັງໃຈຫຼາຍຂຶ້ນກໍຄື 92% ຂອງໄວໜຸ່ມທີ່ຕອບແບບສອບຖາມຍອມຮັບແນວຄິດທີ່ວ່າ ຄວາມຮູ້ທາງດ້ານສື່ ແລະ ຂໍ້ມູນ ສາມາດເຕີມພະລັງໃຫ້ໄວໜຸ່ມເພື່ອປົກປ້ອງຕົວພວກເຂົາຈາກບັນດາກຸ່ມທີ່ຫົວຮຸນແຮງໄດ້ ແລະ ຕອບໂຕ້ວາຈາທີ່ສ້າງຄວາມກຽດຊັງເທິງອອນລາຍ.

ອາຊຽນກຳລັງດຳເນີນການຢ່າງເປັນຮູບປະທຳ ເພື່ອປ້ອງກັນຂໍ້ມູນເທັດ ແລະ ຂໍ້ມູນບິດເບືອນ. ໃນປີ 2018, ການປະຊຸມລັດຖະມົນຕີຂໍ້ມູນອາຊຽນ (ASEAN Ministers Responsible for Information) ໄດ້ນຳໃຊ້ ຂອບເຂດ ແລະ ຖະແຫຼງການຮ່ວມ ເພື່ອຫຼຸດຜ່ອນຜົນກະທົບທີ່ເປັນອັນຕະລາຍຂອງຂ່າວປອມ. ອາຊຽນຍັງໄດ້ເປີດຕົວໂຄງການຄວາມຮູ້ທາງດ້ານດິຈິຕອນອາຊຽນ (ASEAN Digital Literacy), ເຊິ່ງແນໃສ່ເພື່ອສົ່ງເສີມຄວາມປອດໄພທາງໄຊເບີທີ່ດີຂຶ້ນ ເປັນສ່ວນໜຶ່ງຂອງການຕໍ່ສູ້ຕ້ານຂໍ້ມູນບິດເບືອນທາງອອນລາຍ. ເພີ່ມເຕີມໃນປີ 2021 ໄດ້ເຫັນວ່າອາຊຽນພັດທະນາແນວທາງຂອງໂຄງການການຝຶກອົບຮົມຄູຝຶກ (Training of Trainers) ທີ່ແນໃສ່ຄູອາຈານລະດັບມັດທະຍົມ, ຄູອາຈານມະຫາວິທະຍາໄລ ເພື່ອເຮັດໃຫ້ຄວາມຮູ້ທາງດ້ານຂໍ້ມູນດິຈິຕອນຂອງໄວໜຸ່ມນັ້ນດີຂຶ້ນ.

ເພື່ອເປັນການຮ່ວມແຮງຮ່ວມໃຈກັນນັ້ນ, ASEAN Foundation ພ້ອມດ້ວຍການສະໜັບສະໜຸນຂອງ Google.org ຈະດຳເນີນໂຄງການຄວາມຮູ້ທາງດ້ານດິຈິຕອນອາຊຽນ (ASEAN Digital Literacy Programme) ຫຼື ADLP ຕັ້ງແຕ່ປີ 2022 ເຖິງ 2024. ໂຄງການລະດັບຂົງເຂດດັ່ງກ່າວມີຈຸດມຸ່ງໝາຍເພື່ອຕໍ່ສູ້ກັບຂໍ້ມູນເທັດ ແລະ ຂໍ້ມູນບິດເບືອນໃນຂົງເຂດ ໂດຍການຈັດການຝຶກອົບຮົມດ້ານຄວາມຮູ້ທາງດ້ານດິຈິຕອນສຳລັບໄວໜຸ່ມ, ຄູອາຈານ, ພໍ່ແມ່, ຜູ້ນຳຊຸມຊົນ ແລະ ລັດຖະກອນ ພາຍໃຕ້ການຮ່ວມມືກັບພັນທະມິດການດຳເນີນການໃນທ້ອງຖິ່ນ. ໂຄງການຈະມີອົງປະກອບແຄມເປນການຮັບຮູ້ທີ່ເຂັ້ມແຂງ ເພື່ອໃຫ້ແນ່ໃຈວ່າຄວາມສຳຄັນຂອງຄວາມຮູ້ທາງດ້ານສື່ ແລະ ຂໍ້ມູນ ຖືກເຂົ້າໃຈດີຍິ່ງຂຶ້ນໃນວົງກວ້າງຂຶ້ນ ແລະ ເປັນແຮງບັນດານໃຈໃຫ້ແກ່ຄົນອື່ນເພື່ອກາຍເປັນຕົວແທນແຫ່ງການປ່ຽນແປງ ທີ່ສາມາດຊ່ວຍກວດຈັບ ແລະ ປ້ອງກັນການກະຈາຍຂອງສິ່ງຫຼອກລວງ ແລະ ຂ່າວປອມ.

ເພື່ອບັນລຸສິ່ງນີ້, ASEAN Foundation ພ້ອມດ້ວຍການສະໜັບສະໜຸນຂອງ Google.org ຈະສ້າງຕັ້ງກຸ່ມທີ່ປຶກສາໄວໜຸ່ມ (Youth Advisory Group) ຫຼື YAG ໂດຍມີໄວໜຸ່ມທີ່ຖືກຄັດເລືອກຈາກ 10 ປະເທດອາຊຽນ. ກຸ່ມ YAG ຈະຊ່ວຍເຮັດໃຫ້ແນ່ໃຈວ່າຜົນປະໂຫຍດຂອງໂຄງການ ADLP ສາມາດເຂົ້າເຖິງຊຸມຊົນຕ່າງໆໃນລະດັບສາມັນຊົນ. ໃນການດຳເນີນງານຂອງໂຄງການ, ກຸ່ມ YAG ຈະມີສ່ວນຮ່ວມໃນກິດຈະກຳຫຼັກຕ່າງໆ ເຊັ່ນ: ​ແຄມເປນສ້າງຄວາມຮັບຮູ້ຕ່າງໆ, ການຄົ້ນຄວ້າທີ່ລົງເລິກ ແລະ ການຝຶກອົບຮົມ, ເປັນພຽງບາງຕົວຢ່າງໃນນັ້ນ. ກ່ອນການລົງມືເຮັດໜ້າທີ່ຂອງພວກເຂົາ, ໄວໜຸ່ມໃນກຸ່ມ YAG ຈະໄດ້ຮັບການຝຶກອົບຮົມໃນຫົວຂໍ້ຂອງຂໍ້ມູນເທັດ ແລະ ຂໍ້ມູນບິດເບືອນກ່ອນ.

 

ຈຸດປະສົງ

  • ສ້າງຄວາມຮັບຮູ້ທີ່ດີຂຶ້ນເຖິງຄວາມສຳຄັນຂອງຄວາມຮູ້ທາງດ້ານດິຈິຕອນໃນການຕໍ່ສູ້ກັບຂໍ້ມູນເທັດ ແລະ ຂໍ້ມູນບິດເບືອນ.
  • ສົ່ງເສີມຜົນປະໂຫຍດຂອງໂຄງການໃຫ້ແກ່ຜູ້ທີ່ຮັບຜົນປະໂຫຍດໃນລະດັບສາມັນຊົນ, ໂດຍສະເພາະກຸ່ມຄົນທີ່ດ້ອຍໂອກາດ.
  • ຊ່ວຍເຮັດໃຫ້ແນ່ໃຈວ່າການແຊກແຊງຂອງໂຄງການ ADLP ແມ່ນກົງກັບບູລິມະສິດຕ່າງໆໃນແຜນວຽກງານດ້ານການສຶກສາອາຊຽນ 2021 – 2025 (ASEAN Work Plan on Education 2021 – 2025), ແຜນວຽກງານດ້ານໄວໜຸ່ມອາຊຽນ 2021 (ASEAN Work Plan on Youth 2021) ແລະ ແຜນຍຸດທະສາດດ້ານຂໍ້ມູນ ແລະ ສື່ອາຊຽນ (ASEAN Strategic Plan for Information and Media).
  • ໃຫ້ການເຂົ້າເຖິງທີ່ດີຂຶ້ນສຳລັບໄວໜຸ່ມເພື່ອພັດທະນາທັກສະຄວາມຮູ້ທາງດ້ານດິຈິຕອນຂອງພວກເຂົາ ແລະ ເພີ່ມຄວາມເຂົ້າໃຈດ້ານຂໍ້ມູນເທັດ ແລະ ຂໍ້ມູນບິດເບືອນໃຫ້ຫຼາຍຂຶ້ນ.

 

ໜ້າວຽກ

  • ກາຍເປັນຜູ້ຕອບໂຕ້ຫຼັກສຳລັບຂັ້ນເລີ່ມຕົ້ນຂອງການຄົ້ນຄວ້າ ແລະ ການສຳຫຼວດ
  • ຊ່ວຍກິດຈະກຳການຄົ້ນຄວ້າໃນການເຮັດແຜນຜູ້ທີ່ມີສ່ວນໄດ້ເສຍຄົນສຳຄັນທີ່ກ່ຽວຂ້ອງ
  • ຊ່ວຍໂຄງການໃນການເຮັດໃຫ້ແນ່ໃຈວ່າມີໄວໜຸ່ມທີ່ເຂົ້າຮ່ວມກິດຈະກຳການຝຶກອົບຮົມເປັນຈຳນວນຫຼາຍ.
  • ອອກແບບ ແລະ ດຳເນີນງານໂຄງການການສ້າງຄວາມຮັບຮູ້ເພື່ອຕໍ່ສູ້ກັບຂໍ້ມູນເທັດ ແລະ ຂໍ້ມູນບິດເບືອນໃນລະດັບຊາດ ແລະ ລະດັບຂົງເຂດ.
  • ສ້າງບົດຄວາມ ແລະ ຂ່າວສານທີ່ກ່ຽວຂ້ອງກັບຄວາມຮູ້ທາງດ້ານສື່ ແລະ ຂໍ້ມູນ ເຜີຍແຜ່ຜ່ານສື່ທີ່ແຕກຕ່າງກັນ.
  • ໃຫ້ຄຳແນະນຳດ້ານຍຸດທະສາດແກ່ ASEAN Foundation ແລະ ພັນທະມິດການດຳເນີນການໃນທ້ອງຖິ່ນທາງດ້ານບັນຫາຕ່າງໆທີ່ກ່ຽວຂ້ອງກັບຄວາມຮູ້ທທາງດ້ານສື່ ແລະ ຂໍ້ມູນ ແລະ ວິທີການຈັດການ.
  • ເຂົ້າຮ່ວມກອງປະຊຸມຜູ້ອາວຸໂສອາຊຽນ/ກຸ່ມຄົນເຮັດວຽກ ເພື່ອໃຫ້ຄວາມຄິດເຫັນກ່ຽວກັບວາລະຂອງຄວາມຮູ້ທາງດ້ານສື່ ແລະ ຂໍ້ມູນຂອງອາຊຽນ

 

ຂໍ້ມູນສະມາຊິກ

  • ອາຍຸ: ໄວໜຸ່ມອາຍຸ15-35 ປີ. ກະລຸນາຮັບຮູ້ວ່າບຸກຄົນທີ່ອາຍຸຕ່ຳກວ່າ 18 ປີ ຈະຕ້ອງມີການຮັບອະນຸຍາດຈາກພໍ່ແມ່ ຫຼື ຜູ້ປົກຄອງ (ພວກເຮົາຈະມີແບບຟອມທີ່ເໝາະສົມໃຫ້).
  • ເພື່ອຮັບປະກັນຄວາມສະເໝີພາບ ແລະ ການຢູ່ຮ່ວມກັນ: ໄວໜຸ່ມຄົນທີ່ພະເຊີນກັບຄວາມດ້ອຍໂອກາດ ຍ້ອນເພດ, ຄວາມພິການ, ສະຖານະດ້ານສຸຂະພາບ, ສະຖານະດ້ານການດູແລ, ຊົນເຜົ່າ, ສະຖານະຜູ້ລີ້ໄພ/ໄຮ້ສັນຊາດ, ລົດສະນິຍົມທາງເພດ ຫຼື ລາຍໄດ້ຂອງຄອບຄົວ ແລະ ຖືກຕັດອອກຈາກການມີສິດຕັດສິນໃຈ.
  • ຕົວແທນທາງດ້ານພູມສາດ: 10 ປະເທດສະມາຊິກອາຊຽນ
  • ຜູ້ຊະນະເລີດ/ຜູ້ໃຫ້ການສະໜັບສະໜູນ: ໄວໜຸ່ມທີ່ມີປະສົບການໃນການສະໜັບສະໜູນ ຫຼື ມີໄຊຊະນະດ້ານຄວາມປອດໄພທາງດ້ານດິຈິຕອນ & ຄວາມຮູ້ທາງດ້ານດິຈິຕອນ ຈະໄດ້ຮັບບູລິມະສິດສຳລັບການມີສ່ວນຮ່ວມ.
  • ເຄີຍມີປະສົບການຈິງ: ໄວໜຸ່ມທີ່ສາມາດນຳເອົາປະສົບການຕົວຈິງຜ່ານມາເຂົ້າໃນການສະໜັບສະໜູນ.
  • ການມີຕົວຕົນເທິງອອນລາຍ: ໄວໜຸ່ມທີ່ມີຈຳນວນຜູ້ຕິດຕາມທາງສື່ສັງຄົມໃນລະດັບດີ ແລະ/ຫຼື ນຳໃຊ້ສື່ສັງຄົມເປັນປະຈຳ


ສະໝັກກ່ອນວັນທີ 30 ເມສາ 2022 ຜ່ານລິ້ງຕໍ່ໄປນີ້ (ກົດທີ່ນີ້). 

Showing 1 reaction

Please check your e-mail for a link to activate your account.

This site uses cookies to make your experience more efficient.OK